• ຖະໜົນສາລາຂຽວ-ດົງຈອງ,​ ຫຼັກ 3, ນະຄອນປາກເຊ, ແຂວງຈຳປາສັກ
  • ວັນຈັນ - ວັນເສົາ 8:00 - 17:00 ໂມງ
  • 031 218 888
ຮູບລັກອັນໂດດເດັ່ນ
ກະຈັງໜ້າທີ່ດຸດັນ ແລະ ໄຟໜ້າ LED ດີໄຊໃໝ່ ສ້າງຄວາມໜ້າເກງຂາມ ແລະ ໂດດເດັ່ນໃນທຸກເສັ້ນທາງທີ່ທ່ານໄປ.

ການອອກແບບຕາມຫຼັກແອໂຣໄດນາມິກ
ທຸກເສັ້ນສາຍຂອງຕົວລົດຖືກອອກແບບມາຢ່າງແມ່ນຍຳເພື່ອຫຼຸດແຮງຕ້ານຂອງລົມ ຊ່ວຍໃຫ້ຫ້ອງໂດຍສານງຽບຂຶ້ນ ແລະ ປະຢັດນ້ຳມັນໄດ້ດີກວ່າເກົ່າ.

ວັດສະດຸພາຍໃນລະດັບພຣີມ່ຽມ (PreRunner & 4TREX ເທົ່ານັ້ນ)
ພື້ນຜິວສຳຜັດທີ່ນຸ່ມນວນ ແລະ ການຕົບແຕ່ງພາຍໃນດ້ວຍວັດສະດຸຄຸນນະພາບສູງ ໃຫ້ກາຍເປັນຫ້ອງໂດຍສານທີ່ຫຼູຫຼາ ເຊິ່ງສາມາດທຽບຊັ້ນໄດ້ກັບລົດ Luxury SUV ລະດັບແຖວໜ້າ.

ພວງມະໄລໄຟຟ້າ (EPS) (PreRunner & 4TREX ເທົ່ານັ້ນ)
ຊ່ວຍໃຫ້ການບັງຄັບພວງມະໄລເບົາສະບາຍໃນເວລາຂັບຂີ່ດ້ວຍຄວາມໄວຕ່ຳ ແລະ ເພີ່ມຄວາມໝັ້ນຄົງໃນການຊົງຕົວໃນເວລາຂັບຂີ່ດ້ວຍຄວາມໄວສູງ. ເປັນລະບົບທີ່ບໍ່ນຳໃຊ້ນ້ຳມັນ ເຮັດໃຫ້ການບຳລຸງຮັກສາງ່າຍຂຶ້ນ. ລະບົບ EPS ຍັງຮັບຮອງລະບົບຄວາມປອດໄພ TSS LDA ໄດ້.

ລະບົບຂັບເຄື່ອນ 4 ລໍ້ທີ່ທັນສະໄໝ (ຍົກເວັ້ນ PreRunner)
ປັບປ່ຽນລະບົບຂັບເຄື່ອນໄດ້ຢ່າງວ່ອງໄວເພື່ອຮັບມືກັບທຸກສະພາບຖະໜົນ ເພື່ອໃຫ້ລົດມີແຮງຢຶດເກາະທີ່ເໝາະສົມທີ່ສຸດໃນທຸກສະຖານະການ.

ດາວໂຫຼດໂບຣຊົວ

ສະເປັກລົດ

Fuel Type:

ກາຊວນ

Doors

4

Seat:

5

Transmission:

ກະປຸກ & ໂອໂຕ

Engine Size:

2.8