• ຖະໜົນສາລາຂຽວ-ດົງຈອງ,​ ຫຼັກ 3, ນະຄອນປາກເຊ, ແຂວງຈຳປາສັກ
  • ວັນຈັນ - ວັນເສົາ 8:00 - 17:00 ໂມງ
  • 031 218 888

ເມື່ອຄວາມເຊື່ອໝັ້ນ ມາພ້ອມກັບເທັກໂນໂລຍີ ດີໄຊລ໌ ແລະ ສະມັດທະນະ ປະສົມປະສານກັບລະບົບຄວາມປອດໄພທີ່ຕອບໂຈດກັບຄວາມຫຼາກຫຼາຍມິຕິຂອງຊີວິດ ບໍ່ວ່າຈະເປັນການເດີນທາງໃນເມືອງ ຫຼື ເສັ້ນທາງທີ່ທ້າທາຍ bZ4X ພ້ອມຈະພາທ່ານໄປເຖິງຈຸດໝາຍປາຍທາງ ດ້ວຍຄວາມໝັ້ນໃຈ.

ຮູບຊົງສະຫຼາມຫົວຄ້ອນ
ຫຼອດໄຟ LED ຄົບຊຸດດ້ານໜ້າ ແລະ ເສັ້ນຕົກແຕ່ງສີດໍາຕິດຕາມຫຼອດໄຟ. ແນ່ໃສ່ການອອກແບບທີປຽບດັ່ງສະຫຼາມຫົວຄ້ອນ
ປະຕູທ້າຍທີເບົາສະບາຍ

ເບົາ ແລະ ງ່າຍເພື່ອຊ່ວຍໃຫ້ຕໍ່ກັບການໃຊ້ງານ. ດ້ວຍ​ການ​ກົດ​ປຸ່ມ​ ກໍສາ​ມາດ​ເປີດ ​ແລະ ​ປິດປະຕູທ້າຍໄດ້​ອັດ​ຕະ​ໂນ​ມັດ​. ເມື່ອມືຂອງທ່ານບໍ່ຫວ່າງ, bZ4X ຈະຮັບຮູ້ Smart Key ຂອງທ່ານ, ແລະ ໂດຍການເຂື່ອນໄຫວຂາຂອງທ່ານດ້ານລຸ່ມປະຕູທ້າຍ ກໍສາມາດເປີດປະຕູທ້າຍໄດ້ທັນທີ.

ໜ້າຈໍສໍາພັດ 14 ນິ້ວ

ໜ້າຈໍສໍາຜັດ ທີ່ມີຄວາມລະອຽດສູງຂະຫນາດ 14 ນິ້ວ ທີ່ມີການຕອບສະໜອງທີທັນການ ໄດ້ຕໍ່ຍອດມາໃຫ້, ມີລະດັບການເຮັດວຽກສູງຊ່ວຍໃຫ້ຂໍ້ມູນຖືກເບິ່ງເຫັນໄດ້ຢ່າງສະດວກສະບາຍ ແລະ ປອດໄພ.

ເຄື່ອງສາກໄຮ້ສາຍແບບຄູ່

ເຄື່ອງສາກແບບໄຮ້ສາຍສອງອັນ ຖືກຈັດວາງໄວ້ດ້ານໜ້າ ສາມາດສາກໄດ້ທັງຊ້າຍ ແລະ ຂວາ ຫຼື ພ້ອມກັນກໍໄດ້, ຈັດມາໃຫ້ເພື່ອຄວາມສະດວກສະບາຍໃຫ້ເເກ່ລູກຄ້າ ແລະ ໃສ່ໃຈຕໍ່ນະວັດຕະກໍາໃໝ່.

ເຄື່ອງສຽງຄຸນນະພາບສູງ JBL®

ໃຫ້ທຸກທານເຂົ້າເຖິງສຽງທີ່ມີຄຸນນະພາບສູງດ້ວຍລະບົບເຄື່ອງສຽງ JBL® ຂອງ bZ4X. ລຳໂພງ 9 ຈຸດ, ລະບົບສຽງ 800 watt ພ້ອມຊັບວູບເຟີ້, ໃຫ້ສຽງທີ່ມະຫັດສະຈັນ ແລະ ມ່ວນຊື່ນໃນທຸກການເດີນທາງ.

ດາວໂຫຼດໂບຣຊົວ

ສະເປັກລົດ

Fuel Type:

ສາກໄຟຟ້າ

Doors

5

Seat:

5

Transmission:

ໂອໂຕ

Drive Type:

AWD – All-wheel drive